ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ
ໂຮງຮຽນທິດສະດີການເມືອງກອງທັບ

     ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 13
ກຸມພາ 2024 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກ, ປະທານກວດກາພັກ
ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ແຂກຖືກເຊີນ ແລະ ພະນັກງານ
-ສະມາຊິກພັກ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຮສຈ ປອ ຄຳຜາຍ ສະພັງເໜືອ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ
ໄດ້ກ່າວເປີດກອງປະຊຸມ ເຊິ່ງມີເນື້ອໃນວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ໂຮງຮຽນທິດສະດີການ
ເມືອງກອງທັບ ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງຂອງພັກ ກໍຄືຂອງໂຮງຮຽນ, ເປັນການປະຕິບັດຫຼັກການຈັດ
ຕັ້ງ ແລະ ນຳພາຂອງພັກ, ແນໃສ່ປັບປຸງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ດ້ານແບບແຜນການນຳພາປະຕິບັດໜ້າທີ່
ການເມືອງ, ເປັນບັ້ນດຳເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ໃນທົ່ວອົງຄະນະພັກໂຮງຮຽນ ເພື່ອເຮັດໃຫ້ຄຸນນະພາບ,
ບົດບາດ ແລະ ຄວາມສາມາດການນຳພາ ຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນ. ຈາກນັ້ນ, ກໍໄດ້ຜ່ານບົດລາຍການເມືອງ ແລະ ບົດສຳ
ຫຼວດການນຳພາ ຂອງຄະນະພັກ ເຊິ່ງໄດ້ຕີລາຄາຄືນ ການນຳພາ-ຊີ້ນຳ ຂອງອົງຄະນະພັກໂຮງຮຽນ ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ເຊິ່ງເຫັນວ່າ ມີຜົນສຳເລັດຫຼາຍດ້ານ, ຮັກສາໄດ້ທາດແທ້ມູນເຊື້ອ ຂອງກອງ
ທັບປະຕິວັດ, ນັບມື້ເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ, ຫັນເຂົ້າສູ່ຂະບວນການວຽກງານຕົວຈິງ ຂອງກົມກອງຢ່າງຕັ້ງໜ້າ, ກວ້າງຂວາງ
ແລະ ເຂົ້າສູ່ລວງເລິກ, ສາມາດສ້າງໄດ້ຜົນສຳເລັດໃຫຍ່ຫຼວງ. ພ້ອມກັນນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນໃສ່
ບົດລາຍງານການເມືອງທັງສອງພາກຢ່າງກົງໄປກົງມາ ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ ເພື່ອເສີມຂະຫຍາຍ ແລະ ຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້
ປັບປຸງແກ້ໄຂ ເພື່ອສ້າງການຫັນປ່ຽນໃໝ່ ໃນການປະຕິບັດວຽກງານຕົວຈິງ ກໍຄືຄວາມເປັນເອກະພາບກັນ ໃນການກຳນົດບັນດາຄາດໝາຍ,
ທິດທາງແຜນການ 5 ປີຕໍ່ໜ້າ, ເພື່ອນຳພາວຽກງານ ການຮຽນ-ການສອນ ກໍຄືໜ້າທີ່ການເມືອງ ຂອງໂຮງຮຽນ ໃຫ້ມີບາດກ້າວໜັກແໜ້ນ
ກວ່າເກົ່າ.

     ໃນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ໂຮງຮຽນຊຸດ  ໃໝ່ ແລະ ປ່ອນບັດເລືອກຕັ້ງເອົາ
ຄະນະຜູ້ແທນສົມບູນ ແລະ ສຳຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ຂອງຄະນະພັກຂັ້ນເທິງໄດ້ຕາມລະດັບຄາດໝາຍ. ໃນນີ້, ກອງປະຊຸມຄັ້ງ
ປະຖົມມະລຶກ ເຫັນດີເປັນເອກະສັນເລືອກເອົາຄະນະບໍລິຫານງານພັກ ສະໄໝທີ I ຈຳນວນ 11 ສະຫາຍຄື: ສະຫາຍ ພົນຈັດຕະວາ ຮສຈ ປອ
ຄຳຜາຍ ສະພັງເໜືອ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ປອ
ບຸນທັນ ຈັນທະລີມາ ເປັນປະທານກວດກາ, ສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ, ສະຫາຍ ພັນເອກ ຄຳພູ ເພັດສັງຄາ, ສະຫາຍ ພັນເອກ
ທອງວັນ ນັນທະວົງ, ສະຫາຍ ພັນເອກ ແສງພອນ ສີດວງຈັນ, ສະຫາຍ ພັນໂທ ພິມໄຊ ພິມສົມແພງ, ສະຫາຍ ພັນໂທ ບຸນຊົມ ໄຊຍະວົງ,
ສະຫາຍ ພັນໂທ ພູວັນ ທິບພະວົງ ແລະ ສະຫາຍ ພັນໂທ ວັນເຮືອງ ສີວິໄລ ເປັນກຳມະການຄະນະພັກ.

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍຄະນະ
ພັກຊຸດໃໝ່ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນແບບຢ່າງນຳໜ້າດ້ານຄວາມຈົງຮັກ
ພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ມີຄວາມສາມັກຄີຮັກແພງ ແລະ ມີຄວາມຈິງ
ໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງໝູ່ຄະນະໃຫ້ມີຄວາມເຂັ້ມແຂງ, ດຳລົງຊີວິດແບບປອດໃສຂາວສະອາດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ຍົກ
ລະດັບຄວາມຮູ້ ຄວາມສາມາດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຮັດແໜ້ນຄວາມສາມັກຄີເປັນເອກະພາບພາຍໃນໂຮງຮຽນ ກໍຄືພາຍໃນຄະນະພັກ,
ການນຳພາຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ນຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະ
ຫຍາຍ ສ້າງໄດ້ຜົນງານ ແລະ ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ນຳເອົາໂຮງຮຽນກ້າວເຂົ້າສູ່ຍຸກສະໄໝພັດທະນາໃໝ່, ສ້າງໂຮງຮຽນແຫ່ງນີ້
ໃຫ້ເປັນເບົ້າຫຼໍ່ດ້ານການເມືອງແນວຄິດປອດໃສ ເຂັ້ມແຂງ ໜັກແໜ້ນ, ເຮັດສຳເລັດໜ້າທີ່ການເມືອງອັນມີກຽດທີ່ພັກ-ລັດ ແລະ ປະຊາຊົນ
ມອບໝາຍໃຫ້ຢ່າງສະຫງ່າງາມ.

ແຫຼ່ງຂ່າວໂດຍ ເພັດ ສົມນໍວັນ
ວັນທີ 14/02/2024